Duration 12:59

ພາກ I.EP.01 - ຊ່ວຍກັນແຕ່ງກີນ - Cooking together

161 135 watched
0
832
Published 25 Sep 2020

ພາກ I.EP#01 - My House - ຊ່ວຍກັນແຕ່ງກີນ - Cooking together ---------------------------------------- ລາຍການໂທລະພາບ ສຳລັບການພັດທະນາເດັກກ່ອນໄວຮຽນ ຊຸດໃຫມ່ ແມ່ນມີທັງໝົດ 10 ຕອນ ສືບເນື່ອງຈາກຄວາມາສຳເລັດ ຂອງລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ ບ້ານຂອງຂ້ອຍ ແລະ ຈະໄດ້ອອກອາກາດທາງ, ໂທລະພາບແຫ່ງຊາດລາວ, ໂທລະພາບລາວສະຕາ ແລະ ສະຖານີໂທລະພາບ ຂອງກະຊວງສຶກສາທິການ ແລະ ກິລາ ຊ່ອງ 8 ຂອງສັນຍານດາວທຽມ ລາວເແຊັດ (LaoSat Channel 8) ແລະ ໂທລະພາບແຂວງຕ່າງໆ. ລາຍການໂທລະພາບ ສໍາລັບເດັກກ່ອນໄວຮຽນ ຊຸດນີ້ ແມ່ນໄດ້ຮັບການສະຫນັບສະຫນູນ ຈາກລັດຖະບານຍີ່ປຸ່ນ ເພື່ອຕອບໂຕ້ກັບການລະບາດພະຍາດໂຄວິດ-19. ລາຍການນີ້ ຍັງຈະໄດ້ເຜີຍແຜ່ໃນ ສື່ສັງຄົມອອນລາຍ ແລະ ຢູທູບ ອີກດ້ວຍ. ຕົວລະຄອນເອກ ຂອງລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ ທີ່ຜະລິດໂດຍຄົນລາວເອງ ໃນ ສປປ ລາວ, ແມ່ນປະກອບດ້ວຍ ທ້າວຄໍາຮູ້ ອາຍຸ 8 ປີ (ອ້າຍ) ທີ່ຮຽນຢູ່ຊັ້ນປະຖົມ, ແລະ ນາງຄໍາຫລ້າ ອາຍຸ 5 ປີ (ນ້ອງ) ທີ່ຢູ່ຫ້ອງກຽມປະຖົມ, ທ້າວຄໍາເຫຼັກ ອາຍຸ 27 ປີ (ພໍ່), ນາງຄໍາຮັກ ອາຍຸ 27 ປີ (ແມ່) ແລະ ນາງ ຄໍາດີ ອາຍຸ 50 ປີ (ແມ່ເຖົ້າ). ນອກຈາກນີ້ ຍັງມີຕົວລະກອບປະກອບກໍຄື ພໍ່ແມ່ ແລະ ແມ່ເຖົ້າ. ເພງປະກອບ ແລະ ເນື້ອໃນຂອງເລື່ອງ ແມ່ນຍັງເປັນແບບລາວພື້ນບ້ານອີກດ້ວຍ. ໂຄງການນີ້ ແມ່ນໄດ້ລວບລວມເອົາ ບັນດານັກສິນລະປິນລາວ ທີ່ມີພອນສະຫວັນ ທີ່ພ້ອມເປີດໃຈຮັບເອົາສິ່ງໃຫມ່ໆ ແລະ ມີແນວຄິດສ້າງສັນ ແລະ ຍັງໄດ້ສ້າງຄວາມສາມາດໃຫ້ແກ່ໄວໜຸ່ມທີ່ມີສ່ວນຮ່ວມອີກດ້ວຍ. ລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ ເຮືອນຂອງຂ້ອຍ, ຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາ ດ້ານຮ່າງກາຍ, ຄວາມຮູ້ຄວາມເຂົ້າໃຈດ້ານສັງຄົມ ແລະ ອາລົມຂອງເດັກ, ລວມທັງວິທີແກ້ໄຂບັນຫາ, ການຮັບມືກັບສະຖານະການຫຍຸ້ງຍາກ, ຄວາມສາມາດ ໃນການເຮັດວຽກຮ່ວມກັບຄົນອື່ນ, ຈິນຕະນາການ, ຄວາມຮັບຜິດຊອບ ແລະ ການຄວບຄຸມອາລົມ. ສິ່ງທີ່ສຳຄັນທີ່ສຸດແມ່ນ ເດັກຈະຮຽນທັກສະທຸກຢ່າງ ໃນເວລາເຂົາເຈົ້າມ່ວນຊື່ນໄປກັບການຫລິ້ນ. -------------- This new TV series consisting of ten episodes builds upon the success of My Village, ECD TV, and will be broadcast through Lao Star channel, the MoES TV Channel – ESTV on LaoSat Channel 8, the Lao National Television and provincial televisions. The episodes, produced with the support of the Government of Japan as part of the COVID-19 response, will also be disseminated on social media and YouTube. Entirely produced in Lao PDR, the TV series features Lao characters – Khamhou, an 8-year-old boy who is in primary, Khamla, a 5-year-old girl in pre-school who plays the role of the youngest sister, Mr. Khamlek, 27-year-old father, Mrs. Khamhak, 27-year-old mother, and Mrs. Khamdee, a 50-year-old grand-mother. The music and story context are also typically Lao. This project has brought together some of the most talented, open-minded and creative local media and has engaged young people, building their capacity. My House will also contribute to the development of the physical, cognitive, social and emotional development of children including problem solving, coping with difficult circumstances, ability to work with others, imagination, responsibility and dealing with emotions. Very importantly, children will learn all these skills while having fun.

Category

Show more

Comments - 0